USER: PASSWORD:
             ທ່ານ Jorgen Buhl Rasmussen ຢ້ຽມຢາມບໍລິສັດນ້ຳຫວານລາວຈຳກັດ
     
  ເມື່ອ​ຕົ້ນ​ເດືອນ​ເມສາ 2011 ທີ່​ຜ່ານ​ມາ​ນີ້, ຄະນະ​ບໍລິຫານ​ບໍລິສັດ​ນ້ຳຫວານ​ລາວ​ຈຳກັດ ນຳພາ​​ໂດ​ຍທ່ານ ສຸນທອນ ສີຣິສັກ ຜູ້ອຳນວຍການ​ບໍລິສັດ​ໄດ້​ຕ້ອນຮັບ​ແຂກ​ກິດ​ຕິ​ມະ​ສັກ​ຈາກ​ກຸ່ມ​ບໍລິສັດ​ຄາ​ສ​ເບີກນັ້ນ​ຄື ທ່ານ Jorgen Buhl Rasmussen Carlsberg Breweries President and Group CEO​ພ້ອມ​ດ້ວຍຄະນະ.
ນັບ​ແຕ່​ທ້າຍ​ປີ 2007 ທີ່​ກຸ່ມ​ບໍລິສັດ​ຄາ​ສ​ເບີກ​ໄດ້​ເຂົ້າ​ມາ​ຖື​ຮຸ້ນ​ຂອງ​ບໍລິສັດ​ນ້ຳ​ຫວານ​ລາວ​ຈຳກັດ 70% (ລັດຖະບານ​ລາວຖື​ຮຸ້ນ 30%). ນີ້​ຖື​ວ່າ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ ​ເພາະສະ​ນັ້ນ​ຈິ່ງ​ເປັນ​ວາລະ​ອັນ​ດີ​ໃຫ້​ທາງ​ຄະນະ​ບໍລິຫານ​ໄດ້​ມີ​ໂອກາດຕ້ອນຮັບ​ຢ່າງ​ອົບ​ອຸ່ນ, ​ນຳທ່ຽວ​ຊົມ​ຂະ​ບວນການ​ຜະລິດ ​ແລະ ປູກ​ຕົ້ນ​ໄມ້​ໄວ້​ເພື່ອ​ເປັນ​ທີ່​ລະນຶກ​ຢູ່​ທີ່​ສວນ​ຈຳປາ-ລ້ານ​ຊ້າງ ຖື​ວ່າ​ເປັນ​ກິດ​ຈະ​ກຳ​ໜຶ່ງ​ທີ່​ເຮັດ​ໃຫ້​ທ່ານ​ປະທານ​ມີ​ຄວາມ​ພູມ​ໃຈ​ສົມຄວນ.
   
     
 

LSDC team include MD welcome Mr. Jorgen Buhl Rasmussen Carlsberg Breweries President and Group CEO in front of the office. MD started introduces all of manager to them. Then, we took them to the factory to look up the new blowing machine, after that we had presentation in the meeting room to report them about our company. Finally we took them to the garden, Mr. Jorgen plant the Champar tree. And opened the Champar Lanxang garden, that was our big surprise for Mr. Jorgen before he gone.

 

   
            
           
         
© 2010 pepsilao.com. All rights reserved.
Designed and Developed by Lao Soft Drink Co., Ltd..