USER: PASSWORD:
             ນະວັດຕະກຳໃໝ່ ນ້ຳດື່ມວີ່ວາ ຖະແຫຼງຂ່າວຢ່າງເປັນທາງການ 04/04/2011 (New Innovation of Viva press)
     
   
     

ຄະນະບໍລິຫານ ບໍລິສັດ ນ້ຳຫວານລາວ ຈຳກັດ ໄດ້ເປີດຖະແຫຼງຂ່າວຢ່າງເປັນທາງການ ສຳລັບນະວັດຕະກຳໃໝ່ຂອງນ້ຳດື່ມ ຍີ່ຫໍ້ “ວີ່ວາ” ພາຍຫຼັງທີ່ການບັນຈຸເດີມໄດ້ອອກສູ່ຕະຫຼາດມາແຕ່ປີ 2005 (Representatives from LSDC attend an unveiling ceremony for Viva drinking water)

ໃນວັນທີ 04/04/2011 ຢູ່ທີ່ສູນການຄ້າຕະຫຼາດເຊົ້າຊ໋ອບປິ້ງມໍ ກາງໃຈກາງນະຄອນຫຼວງວຽງຈັນ, ບໍລິສັດນ້ຳຫວານລາວຈຳກັດ ເຊິ່ງໄດ້ຮັບກຽດຈາກທ່ານ ສຸນທອນ ສິລິສັກ ຜູ້ອຳນວຍການໃຫຍ່ບໍລິສັດ, ທ່ານ Bui Dinh Que ອຳນວຍການຝ່າຍຂາຍ, ທ່ານໃຈເພັດ ບູລົມ ຫົວໜ້າຝ່າຍຈຳໜ່າຍແລະການຕະຫຼາດ, ທ່ານ ບູນທະແສງ ສິລິສັກ ຜູ້ບໍລິຫານເຄື່ອງໝາຍການຄ້າວີ່ວາ (Brand Manager) ​ແລະ ທີມງານ​ບໍລິຫານຈາກ​ໜ່ວຍ​ງານ​ຕ່າງໆ​ພາຍ​ໃນ​ບໍລິສັດ ​ແລະ ພໍ່​ແມ່​ປະຊາຊົນ​, ຊາວ​ຄ້າຂາຍ, ນັກຮຽນນັກ​ສຶກສາທີ່​ກຳລັງ​ທ່ຽວ​ຊົມ​ສິນຄ້າ ພ້ອມ​ກັນ​ເປີດ​ຜ້າ​ນະ​ວັດຕະ​ກຳ​ໃໝ່​ຂອງ​ນ້ຳ​ດື່ມ​ວີ່ວາ ​ເປັນ​ຕົ້ນ​ແມ່ນ: ກວດ​ບັນຈຸ​ໃໝ່ 350ມລ (​ເຊິ່ງໝາຍ​ຄວາມ​ວ່າ: ນ້ຳ​ດື່ມ​ວີ່ວາ​ລວມມີ 3 ຂະໜາດ​ກວດ​ບັນຈຸ ຄື: 350ມລ, 600ມລ ​ແລະ 1500ມລ) ​ເຊິ່ງບັນຈຸ​ໃນ​ກວດ​ຮູບ​ໂສມ​ໃໝ່, ສວຍ​ງາມ​ດ້ວຍ​ຄຸນ​ນະພາ​ບ, ສະດວກ​ໃນ​ການ​ພົກ​ພາ, ​ເໝາະ​ສຳລັບ​ທຸກໆ​ຊັ້ນ​ຄົນ (On 4 April 2011 LSDC unveiled new-look bottles for its Viva drinking water product, as well as a new 350ml beverage size & the new luxury style of bottle, mean that Viva has 3 types of contents in the PET as 350ml, 600ml & 1500ml. The new developments were made public at a ceremony held by the company at Talat Sao Shopping Mall Vientiane)

   
      Next >>    
           
         
© 2010 pepsilao.com. All rights reserved.
Designed and Developed by Lao Soft Drink Co., Ltd..