| |
|
|
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IX ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 17-21 ມີນາ 2011 ທີ່ນະຄອນຫຼວງວຽງຈັນ. ໂດຍມີຜູ້ແທນສົມບູນເຂົ້າຮ່ວມ 576 ສະຫາຍທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນຂອບເຂດທົ່ວປະເທດ 191,700 ສະຫາຍ ແລະ ແຂກຖືກເຊີນເຂົ້າຮ່ວມເປັນກຽດ. ຄະນະປະທານປະກອບມີສະຫາຍ ຈູມມະລີ ໄຊຍະສອນ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສປປ ລາວ ພ້ອມດ້ວຍບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ບັນດາຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ຕົວແທນວິລະຊົນແຫ່ງຊາດ. ກອງປະຊຸມໄຂຂຶ້ນພາຍໃຕ້ຄຳຂວັນ “ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນທົ່ວປວງຊົນລາວ ແລະ ຄວາມເປັນເອກະພາບພາຍໃນພັກ, ເຊີດຊູບົດບາດ ແລະ ຄວາມສາມາດນຳພາຂອງພັກ, ສ້າງບາດກ້າວບຸກທະລຸໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່, ສ້າງພື້ນຖານອັນໜັກແໜ້ນໃນການນຳເອົາປະເທດເຮົາຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020 ແລະ ສືບຕໍ່ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ”.
ພາຍຫຼັງດຳເນີນກອງປະຊຸມຢ່າງເປັນທາງການເມື່ອວັນທີ 17 ມີນາ 2011 ມາຮອດຕອນ ບ່າຍຂອງວັນທີ 21 ມີນາ 2011 ກອງປະຊຸມດັ່ງກ່າວກໍ່ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ, ໂດຍມີ 61 ສະຫາຍ ຖືກເລືອກຕັ້ງເປັນຄະນະບໍລິຫານງານສູນກາງພັກ ປປ ລາວ ສະໄໝທີ IX. ກອງປະຊຸໃຫຍ່ປະຖົມມະເລີກ ໄດ້ເປັນເອກະສັນຄັດເລືອກເອົາ ສະຫາຍ ຈູມມະລີ ໄຊຍະສອນ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, 11 ສະຫາຍເປັນກຳມະການກົມການເມືອງສູນກາງພັກ ແລະ 9 ສະຫາຍເປັນຄະນະເລຂາທິການສູນກາງພັກ (www.na.gov.la). |
|
|